ໃນວັນທີ 23 ທັນວາ 2025 ທີ່ຜ່ານມາ, ບໍລິສັດ ຕລຕ (LFX) ໄດ້ຈັດການບັນຍາຍ ແລະ ເຜີຍແຜ່ຂໍ້ມູນກ່ຽວກັບ ຕະຫຼາດແລກປ່ຽນເງິນຕາຕ່າງປະເທດລາວ (LFX) ຢູ່ສາຂາທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງຊຽງຂວາງ ໃຫ້ກັບຜູ້ຕາງໜ້າຈາກ ທະນາຄານແຫ່ງ ສປປ ລາວ, ບັນດາທະນາຄານທຸລະກິດ ແລະ ສະຖາບັນການເງິນທີ່ບໍ່ແມ່ນທະນາຄານອ້ອມຂ້າງ ທຫລ ພາກເໜືອ ແຂວງຊຽງຂວາງ, ບໍລິສັດ ຕລຕ ຂໍຂອບໃຈບັນດາທ່ານທີ່ໄດ້ເຂົ້າຮ່ວມ ແລະ ແລກປ່ຽນຄວາມຄິດເຫັນອັນເປັນປະໂຫຍດ ເພື່ອເປັນທິດທາງໃຫ້ກັບການພັດທະນາການບໍລິການຂອງ LFX ໃນຕໍ່ໜ້າໃຫ້ດີກວ່າເກົ່າ.
---------------------------------------------------------------------
On December 23, 2025, Lao Foreign Exchange Co., Ltd. LFX organized an information session and presentation about our services at the Bank of the Lao PDR – Northern Regional Branch in XiengKhouang Province.
We would like to express our sincere appreciation to the representatives from the Bank of the Lao PDR, commercial banks, and non-bank financial institutions who participated and shared a lot of fruitful ideas and perspectives for the future development of LFX.



