ທະນາຄານສະມາຊິກ
ຄວາມສາມາດອັນໂດດເດັນຢ່າງໜື່ງຂອງລະບົບແລກປ່ຽນເງິນຕາຕ່າງປະເທດ LFX ແມ່ນສາມາດຮອງຮັບໄດ້ຫຼາຍສະກຸນເງິນເຊິ່ງເຮັດໃຫ້ການແລກປ່ຽນເງິນຕາເປັນເລື່ອງງ່າຍ ແລະ ສະດວກຍິ່ງຂື້ນ ບໍ່ວ່າທ່ານຈະເດີນທາງ, ປະກອບທຸລະກິດ ຫຼື ເຮັດທຸລະກຳໂອນເງິນລະຫວ່າງປະເທດ.
LFX ຊ່ວຍໃຫ້ທ່ານເຂົ້າເຖິງ 4 ສະກຸນເງິນໄດ້ແກ່ ກີບ (LAK), ໂດລາ (USD) ບາດ (THB) ແລະ ຢວນ (CNY) ໄດ້ຢ່າງວ່ອງໄວ, ປອດໄພ ແລະ ໄດ້ວົງເງິນສູງທ່ານສາມາດນຳໃຊ້ບໍລິການ LFX ເພື່ອແລກປ່ຽນເງິນຕາຜ່ານ Application Mobile Banking ນຳທະນາຄານ ສະມາຊິກດັ່ງລຸ່ມນີ້:
• ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ (BCEL) ຜ່ານແອັບ BCEL ONE
• ທະນາຄານ ສົ່ງເສີມກະສິກຳ ຈຳກັດ (APB) ຜ່ານແອັບ APB MEPORM
• ທະນາຄານ ພັດທະນາລາວ ຈຳກັດ (LDB) ຜ່ານແອັບ LDB TRUST
• ທະນາຄານ ຮ່ວມພັດທະນາ ມະຫາຊົນ (JDB) ຜ່ານແອັບ JDB YES
• ທະນາຄານ ເອັສທີ ຈຳກັດ (STB) ຜ່ານແອັບ ST HUB
• ທະນາຄານ ຮ່ວມທຸລະກິດລາວ-ຫວຽດ ຈຳກັດ (LVB) ຜ່ານແອັບ LVB DIGIBANK
• ທະນາຄານ ລາວ-ຝຣັ່ງ (BFL) ຜ່ານແອັບ BFL CONNECT
• ທະນາຄານ ບີໄອຊີ (BIC) ຜ່ານແອັບ BIC I-BANKING
• ທະນາຄານ ອິນໂດຈີນ (IB) ຜ່ານແອັບ IB COOL
• ທະນາຄານ ພົງສະຫວັນ (PSV) ຜ່ານແອັບ HI APP
• ທະນາຄານ ມາຣູຮານ ເຈແປນ ລາວ (MJBL) ຜ່ານແອັບ MARUHAN Mobile Banking
• ທະນາຄານ ເອຊີລີດາລາວ ຈຳກັດ (ACLE) ຜ່ານແອັບ ACLEDA Mobile