ເປົ້າໝາຍ ແລະ ຈຸດປະສົງ
ຈຸດປະສົງຫຼັກຂອງ LFX
•ຫຼຸດຕົ້ນທືນໃນແລກປ່ຽນ
•ເພີ່ມຄວາມໝັ້ນຄົງທາງດ້ານການເງິນ
•ສະໜັບສະໜູນການຂະຫຍາຍຕົວເສດຖະກິດຂອງປະເທດລາວ
•ເພີ່ມຄວາມໂປ່ງໃສໃນການແລກປ່ຽນເງິນຕາຄໍາອະທິບາຍລາຍລະອຽດ:
- ຫຼຸດຕົ້ນທືນການແລກປ່ຽນ ເປັນຕົ້ນແມ່ນ ຄ່າທໍານຽມທີ່ຕ່ຳກວ່າສໍາລັບການປ່ຽນເງິນ (USD, THB, CNY, LAK), ນອກນັ້ນຍັງສາມາດຊ່ວຍຫຼຸດຜ່ອນເວລາ ແລະ ຄ່າໃຊ້ຈ່າຍ.
- ເພື່ອເພີ່ມຄວາມໝັ້ນຄົງທາງດ້ານການເງິນ ເຊິ່ງຈະຊ່ວຍເຮັດໃຫ້ເງິນກີບ ມີຄວາມໝັ້ນຄົງ ແລະ ຊ່ວຍ ຫຼຸດຜ່ອນການປ່ຽນແປງຂອງອັດຕາແລກປ່ຽນເງິນຕາຕ່າງປະເທດ.
- ສະໜັບສະໜູນເສດຖະກິດລາວ ໂດຍການອໍານວຍຄວາມສະດວກໃນການແລກປ່ຽນເງິນຕາຕ່າງປະເທດເພື່ອການຄ້າ ແລະ ການລົງທືນ.
- ເພີ່ມຄວາມໂປ່ງໃສໃນການແລກເງິນຕາ ດ້ວຍການກຳນົດອັດຕາແລກປ່ຽນທີ່ໂປ່ງໃສ ແລະ ຍຸຕິທຳ, ຊ່ວຍໃຫ້ສັງຄົມມີຄວາມສະຫງົບ, ຫຼຸດຜ່ອນການແລກປ່ຽນໃນຕະຫຼາດນອກລະບົບ ແລະ ການສໍ້ໂກງໃນສັງຄົມ.