top of page
FAQ
- 01LFX ເປີດໃຫ້ບໍລິການ 7 ມື້ (ວັນຈັນ-ວັນອາທິດ) ເລີ່ມແຕ່ເວລາ 9:00-15:00 ໂມງ.
- 02ປະຈຸບັນສາມາດໃຊ້ບໍລິການແລກປ່ຽນໄດ້ 13 ທະນາຄານທີ່ໃຫ້ບໍລິການລະບົບ LFX ຜ່ານ Application Mobile Banking ດັ່ງລຸ່ມນີ້:- ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ (BCEL) ຜ່ານແອັບ BCEL ONE- ທະນາຄານ ສົ່ງເສີມກະສິກຳ ຈຳກັດ (APB) ຜ່ານແອັບ APB MEPORM- ທະນາຄານ ພັດທະນາລາວ ຈຳກັດ (LDB) ຜ່ານແອັບ LDB TRUST- ທະນາຄານ ຮ່ວມພັດທະນາ ຈຳກັດ (JDB) ຜ່ານແອັບ JDB YES- ທະນາຄານ ເອັສທີ ຈຳກັດ (STB) ຜ່ານແອັບ ST HUB- ທະນາຄານ ຮ່ວມທຸລະກິດລາວ-ຫວຽດ ຈຳກັດ (LVB) ຜ່ານແອັບ LVB DIGIBANK- ທະນາຄານ ລາວ-ຝຣັ່ງ (BFL) ຜ່ານແອັບ BFL CONNECT- ທະນາຄານ ບີໄອຊີ (BIC) ຜ່ານແອັບ BIC I-BANKING- ທະນາຄານ ອິນໂດຈີນ (IB) ຜ່ານແອັບ IB COOL- ທະນາຄານ ພົງສະຫວັນ (PSV) ຜ່ານແອັບ HI APP- ທະນາຄານ ມາຣູຮານ ເຈແປນ ລາວ (MJBL) ຜ່ານແອັບ MARUHAN Mobile Banking- ທະນາຄານ ເອຊີລິດາ ລາວ ຈຳກັດ (ACLEDA) ຜ່ານແອັບ ACLEDA Mobile- ທະນາຄານ ໄຊງ່ອນເທືອງຕິ່ນລາວ ຈຳກັດຜູ້ດຽວ (SACOMBANK LAO) ຜ່ານແອັບ (Sacombank E-pay)
- 03ປະຈຸບັນ LFX ມີໃຫ້ບໍລິການແລກປ່ຽນ 04 ສະກຸນເງິນຄື: ກີບ, ບາດ, ໂດລາ ແລະ ຢວນ.
- 04LFX ເປັນລະບົບແລກປ່ຽນເງິນຕາຕ່າງປະເທດແບບອອນລາຍ ທີ່ມີ Platform ຢູ່ໃນ App Mobile Banking Internet banking ຂອງທະນາຄານສະມາຊິກ; ເຊິ່ງບໍ່ມີຈຸດບໍລິການໃນການແລກປ່ຽນເງິນ.
- 05- ວົງເງິນການຊື້ ຕໍ່ມື້: ປະເພດບຸກຄົນ 45,000,000ກີບ /ມື້, ນິຕິບຸກຄົນ: 1,660,000,000 ກີບ/ມື້- ວົງເງິນການຊື້ ຕໍ່ເດືອນ: ສໍາລັບວົງເງິນໃນການຊື້ ທາງເຮົາກໍານົດເປັນມື້ເທົ່ານັ້້ນ- ວົງເງິນການຂາຍ: ແມ່ນບໍ່ຈໍາກັດ
- 06ພົນລະເມືອງລາວ ທີ່ມີບັນຊີທະນາຄານທີ່ເປັນສະມາຊິກ ຂອງ LFX ທັງ 13 ທະນາຄານ ແມ່ນສາມາດແລກປ່ຽນເງິນໄດ້
- 07ພຽງແຕ່ທ່ານມີບັນຊີທະນາຄານທີ່ເປັນສະມາຊິກ ແລະ ມີ App Mobile Banking ຫຼື Internet banking ກໍສາມາດນໍາໃຊ້ ແລະ ແລກປ່ຽນເງິນໄດ້.
- 08▪️ຂັ້ນຕອນການ “ຝາກເງິນ” ເຂົ້າກະເປົາເງິນ LFX:ເປີດ ແອບ Mobile Banking ຫຼື Interne Banking ຂອງທະນາຄານທີ່ທ່ານຕ້ອງການໃຊ້ບໍລິການ;ເລືອກເຂົ້າໄປທີ່ ຟັ່ງຊັ່ນ LFX;ເຂົ້າສູ່ລະບົບ, ເລືອກບັນຊີເງິນກີບ ແລະ ເງິນຕາ ທີ່ທ່ານຕ້ອງການແລກ ຈໍານວນ 02 ບັນຊີຂື້ນໄປ ໃນນັ້ນຕ້ອງເປັນ ບັນຊີສະກຸນເງິນກີບ 01 ບັນຊີ ແລະ ສະກຸນເງິນຕາ 01 ບັນຊີ (ທ່ານສາມາດເລືອກໄດ້ຫຼາຍກວ່າ 02 ບັນຊີ);ເຂົ້າໄປທີ່ໜ້າຕ່າງ ຝາກ/ຖອນ;ເລືອກໜ້າຕ່າງ “ຝາກ”;ປ້ອນຈໍານວນເງິນ ແລະ ສະກຸນເງິນ ທີ່ທ່ານຕ້ອງການຝາກ;ກົດຄໍາສັ່ງຢືນຢັນ “ຝາກເງິນ”;ສໍາເລັດການຝາກເງິນ ທ່ານສາມາດກົດປຸ່ມ ລີເຟສ ໄດ້ທີ່ມຸມເບື້ອງຂວາ ໃນກໍລະນີທີ່ຈໍານວນເງິນບໍ່ສະແດງເຖິງໜ້າຈໍ▪️ຂັ້ນຕອນການ “ຖອນເງິນ” ອອກກະເປົາເງິນ LFX:ເປີດ ແອບ Mobile Banking ຫຼື Interne Banking ຂອງທະນາຄານທີ່ທ່ານຕ້ອງການໃຊ້ບໍລິການ;ເລືອກເຂົ້າໄປທີ່ ຟັ່ງຊັ່ນ LFX;ເຂົ້າສູ່ລະບົບ;ເຂົ້າໄປທີ່ໜ້າຕ່າງ ຝາກ/ຖອນ;ເລືອກໜ້າຕ່າງ “ຝາກ”;ປ້ອນຈໍານວນເງິນ ແລະ ສະກຸນເງິນ ທີ່ທ່ານຕ້ອງການຖອນ ຫຼື ເລືອກ “ທັງໝົດ” ໃນກໍລະນີຕ້ອງການຖອນເງິນທັງໝົດ;ກົດຄໍາສັ່ງຢືນຢັນ “ຖອນເງິນ”;ສໍາເລັດການຖອນເງິນ ທ່ານສາມາດກົດປຸ່ມ ລີເຟສ ໄດ້ທີ່ມຸມເບື້ອງຂວາ ໃນກໍລະນີທີ່ຈໍານວນເງິນບໍ່ສະແດງເຖິງໜ້າຈໍ.▪️ຂັ້ນຕອນການ “ແລກປ່ຽນເງິນ”: ການຊື້-ການຂາຍເປີດ ແອບ Mobile Banking ຫຼື Interne Banking ຂອງທະນາຄານທີ່ທ່ານຕ້ອງການໃຊ້ບໍລິການ;ເລືອກເຂົ້າໄປທີ່ ຟັ່ງຊັ່ນ LFX;ເຂົ້າສູ່ລະບົບ, ເລືອກບັນຊີເງິນກີບ ແລະ ເງິນຕາ ທີ່ທ່ານຕ້ອງການແລກ ເປັນຈໍານວນ 02 ບັນຊີຂື້ນໄປ ໃນນັ້ນຕ້ອງເປັນ ບັນຊີສະກຸເງິນກີບ 01 ບັນຊີ ແລະ ສະກຸນເງິນຕາ 01 ບັນຊີ (ທ່ານສາມາດເລືອກໄດ້ຫຼາຍກວ່າ 02 ບັນຊີ);ເລືອກໜ້າຕ່າງ “ແລກປ່ຽນເງິນ”;ເລືອກສະກຸນເງິນທີ່ທ່ານຕ້ອງການແລກປ່ຽນ;ປ້ອນອັດຕາແລກປ່ຽນທີ່ທ່ານຕ້ອງການ ຢູ່ດ້ານຊ້າຍມື;ເລືອກຈຸດປະສົງທີ່ທ່ານຕ້ອງການ ຕົວຢ່າງ: “ຄ່າສິນຄ້າ”;ກົດ “ຢືນຢັນຊື້”.
- 09ທ່ານບໍ່ສາມາດໂອນເງິນໄປບັນຊີ ຫຼື ທະນາຄານອື່ນຜ່ານກະເປົາຂອງ LFX ຕ້ອງຖອນເງິນອອກຈາກກະເປົາ LFX ເຂົ້າບັນຊີທະນາຄານຂອງທ່ານກ່ອນ ຫຼັງຈາກນັ້ນກໍ່ສາມາດດໍາເນີນການໂອນເງິນຂ້າມບັນຊີ ຫຼື ຂ້າມທະນາຄານໄດ້ປົກກະຕິ.
- 10ທ່ານສາມາດຖອນອອກເປັນເງິນສົດໄດ້; ເມື່ອຖອນເງິນອອກຈາກກະເປົາ LFX ເຂົ້າບັນຊີທະນາຄານຂອງທ່ານສຳເລັດແລ້ວທ່ານສາມາດໄປຖອນເງິນທີ່ທະນາຄານທີ່ທ່ານໃຊ້ບໍລິການໄດ້ທຸກສາຂາທົ່ວປະເທດ.
- 11ແຈ້ງທະນາຄານ ທີ່ທ່ານໃຊ້ບໍລິການ ດ້ວຍການໂທສາຍດ່ວນ ຫຼື ຕິດຕໍ່ຫາ ບໍລິສັດ ຕະຫຼາດແລກປ່ຽນເງິນຕາຕ່າງປະເທດລາວ ຈຳກັດ (ເບີໂທ: 021 812 626 ແລະ WhatsApp: 020 569 424 66) ໂດຍການແຈ້ງຂໍ້ມູນດັ່ງນີ້: ຍອດເງິນທີ່ຖືກຕັດຈາກບັນຊີທະນາຄານ, ປະຫວັດການເຮັດທຸລະກຳທີ່ພົບບັນຫາຢູ່ໃນຟັງຊັ່ນ LFX ແລະ ລາຍການຝາກ/ຖອນ;ສົ່ງໃຫ້ທະນາຄານ ຫຼື ບໍລິສັດ ຕະຫຼາດແລກປ່ຽນເງິນຕາຕ່າງປະເທດລາວ ຈຳກັດ ໂດຍກົງ;ລໍຖ້າດໍາເນີນການ.
- 12ບໍລິສັດ ຕະຫຼາດແລກປ່ຽນເງິນຕາຕ່າງປະເທດລາວ ຈຳກັດ ຈະດຳເນີນການສືບຕໍ່ຜັນຂະຫຍາຍແຜນການດຳເນີນທຸລະກິດ ແລະ ນະໂຍບາຍຂອງຂັ້ນເທິງໃນການຍົກລະດັບການບໍລິການ, ການຄຸ້ມຄອງ-ກວດກາ ພ້ອມທັງສຸມໃສ່ຄົ້ນຄ້ວາຂະຫຍາຍໂມງເວລາໃນການໃຫ້ບໍລິການ, ສືບຕໍ່ຄົ້ນຄ້ວາຂະຫຍາຍຜະລິດຕະພັນໃໝ່ໆ ຕະຫຼອດເຖິງການໂຄສະນາເຜີຍແຜ່ຕໍ່ສັງຄົມ.
bottom of page