21 results found with an empty search
- LFX-Lao foreign Exchange Co., Ltd
ບໍລິສັດ ຕະຫຼາດແລກປ່ຽນເງິນຕາຕ່າງປະເທດລາວ ຈຳກັດ ບໍລິສັດ ຕະຫຼາດແລກປ່ຽນເງິນຕາຕ່າງປະເທດລາວ ຈຳກັດ ຫຼື Lao Foreign Exchange Co., Ltd (LFX) ຖືກສ້າງຕັ້ງຂຶ້ນຕາມນະໂຍບາຍຂອງລັດຖະບານ, ປະກອບສ່ວນເຂົ້າໃນການຮັກສາສະຖຽນລະພາບເງິນຕາແຫ່ງຊາດ, ແກ້ໄຂບັນຫາອັດຕາແລກປ່ຽນ ແລະ ບັນຫາເງິນເຟີ້ຂອງ ສປປ ລາວ. 1/3 1/3 ຂ່າວສານຕ່າງໆ ອ່ານເພີມ ອ່ານເພີມ ອ່ານເພີມ ອ່ານເພີມ marketing Monday - Sunday 9:00 AM-15:00 PM ບໍລິການ ຍອດຕິດຕາມ 650.000 ຍອດວິວ 1.500.000 ໂທລະສັບ 021 812 626 ສະຖານທີ ຕະຫຼາດຫຼັກຊັບລາວ ຊັ້ນ 06; ບ້ານ ໂພນທັນ; ເມືອງ ໄຊເສດຖາ; ແຂວງ ນະຄອນຫຼວງວຽງຈັນ ຕິດຕາມ ໜ້າຫຼັກ ກ່ຽວກັບ ພາລະບົດບາດ ເປົ້າໝາຍ ແລະ ຈຸດປະສົງ ໂຄງຮ່າງການຈັດຕັ້ງ ບໍລິການ ນິຕິກຳ ກົດໝາຍ ລະບຽບ ແຈ້ງການ ລາຍ ງານ ແລະ ຂໍ້ມູນ ຄຳຄິດເຫັນ ຕິດຕໍ່
- ຄຳຄິດເຫັນ | LFX-Lao Foreign Exchange
ຄຳຄິດເຫັນ > ຄຳຄິດເຫັນ > First Name Last Name Email Message ຄະແນນ Send Thanks for submitting!
- ຕິດຕໍ່ | LFX-Lao Foreign Exchange
ຕິດຕໍ່ພວກເຮົາ > ຕິດຕໍ່ > ໂທລະສັບ 021 812 626 Email lfxadmin@mail.lfx.la ຕິດຕາມ
- ກ່ຽວກັບ | LFX-Lao Foreign Exchange
ປະຫວັດຄວາມເປັນມາ > ກ່ຽວກັບ > ໃນໄລຍະທີ່ຜ່ານມາ, ຍັງມີການເຄື່ອນໄຫວທຸລະກໍາທີ່ຕິດພັນກັບເງິນຕາຕ່າງປະເທດ ລວມທັງການແລກປ່ຽນເງິນຕາ ແບບບໍ່ຖືກຕ້ອງຕາມລະບຽບກົດຫມາຍ ສົ່ງຜົນໃຫ້ມີສະພາບລາຍຮັບທີ່ເປັນເງິນຕາຕ່າງປະເທດ ແລະ ເງິນລົງທຶຈາກຕ່າງປະເທດຈໍານວນຫລາຍ ບໍ່ທັນເຂົ້າມາປະເທດຕາມລະບຽບການ ເຮັດໃຫ້ເງິນຕາຕ່າງປະເທດ ເຂົ້າສູ່ລະບົບທະນາຄານໜ້ອຍກວ່າທີ່ຄວນຈະເປັນພາໃຫ້ຄວາມສາມາດໃນການສະຫນອງເງິນຕາຕ່າງປະເທດ ຂອງລະບົບທະນາຄານຫຼຸດລົງ. ນອກຈາກນີ້, ຄວາມບໍ່ສົມດູນລະຫວ່າງລະດັບຄວາມຕ້ອງການ ແລະ ການສະຫນອງ ເງິນຕາຕ່າງປະເທດຢູ່ພາຍໃນ ສປປ ລາວ ຍັງສືບຕໍ່ສູງຂຶ້ນ; ການເໜັງຕີງຂອງຄ່າເງິນກີບ ໄດ້ຮັບຜົນກະທົບຫຼາຍ ຈາກປະຊາຊົນໃນສັງຄົມທີ່ກໍາລັງແຕກຕື່ນ ຍ້ອນມີຄວາມກັງວົນຫຼາຍເກີນເຫດ ຕໍ່ສະພາບທີ່ເກີດຂຶ້ນຢູ່ສາກົນ ແລະ ຕໍ່ບາງສະພາບປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ ເປັນຕົ້ນ ການປະກາດອັດຕາແລກປ່ຽນ ແລະ ການແລກປ່ຽນເງິນຕາແບບບໍ່ສອດຄ່ອງ ກັບລະບຽບກົດຫມາຍໃນແຕ່ລະວັນ. ປະກົດການດັ່ງກ່າວ, ໄດ້ສົ່ງຜົນກະທົບຢ່າງຫຼວງຫຼາຍ ທີ່ໄດ້ເປັນການຖ່ວງດຶງຄວາມເຊື່ອໝັ້ນຕໍ່ສະກຸນເງິນຂອງຊາດໃຫ້ຕໍ່າລົງ ເຮັດໃຫ້ສະພາບອັດຕາແລກປ່ຽນຂອງ ສປປ ລາວ ເໜັງຕີງແຮງ ໃນທິດທາງອ່ອນຄ່າຫລາຍກວ່າລະດັບດຸນຍະພາບ ດ້ານເສດຖະກິດ-ເງິນຕາ ທີ່ຄວນຈະເປັນ. ອັດຕາແລກປ່ຽນມີຄວາມສໍາຄັນທີ່ສຸດຕໍ່ກັບລະບົບເສດຖະກິດຂອງ ສປປ ລາວ ເນື່ອງຈາກວ່າ ສປປ ລາວ ເປັນປະເທດນໍາໃຊ້ຫຼາຍສະກຸນເງິນໃນລະບົບເສດຖະກິດ ແລະ ເປັນປະເທດນໍາເຂົ້າສຸດທິ ໂດຍສະເພາະສິນຄ້າອຸປະໂພກ ແລະ ບໍລິໂພກ. ການອ່ອນຄ່າແຮງ ແລະ ໄວຂອງຄ່າເງິນກີບ ເກີນລະດັບທີ່ຄວນຈະເປັນ ໄດ້ສົ່ງຜົນກະທົບ ຕໍ່ທຸກພາກສ່ວນໃນສັງຄົມ ທັງພາກລັດ ແລະ ພາກເອກະຊົນ ເຊິ່ງສົ່ງຜົນໃຫ້ພັນທະໃນການຊໍາລະກັບຕ່າງປະເທດ ຂອງ ສປປ ລາວ ໜັກໜ່ວງຂຶ້ນ, ລາຄາສິນຄ້າ-ຄ່າບໍລິການ, ຕົ້ນທຶນການຜະລິດ ຢູ່ພາຍໃນປະເທດເພີ່ມສູງຂຶ້ນ, ອັດຕາເງິນເຟີ້ສູງຂຶ້ນ ກະທົບຕໍ່ຊີວິດການເປັນຢູ່ຂອງທຸກຄົນໃນ ສປປ ລາວ ແລະ ສົ່ງຜົນກະທົບດ້ານລົບຕໍ່ສະຖານະພາບ ດ້ານການພັດທະນາເສດຖະກິດຂອງປະເທດ. ໃນທາງກັບກັນ ຖ້າມີການຄວບຄຸມອັດຕາແລກປ່ຽນໄດ້, ອັດຕາເງິນເຟີ້ກໍສາມາດຄວບຄຸມໄດ້ ພ້ອມທັງສ້າງຄວາມເຊື່ອໝັ້ນໃຫ້ແກ່ປະຊາຊົນໃນການນໍາໃຊ້ເງິນກີບ ແລະ ດຶງດູດການລົງທຶນໂດຍກົງກັບຕ່າງປະເທດ (FDI) ໄດ້ງ່າຍຂຶ້ນ. ເພື່ອຜັນຂະຫຍາຍທິດຊີ້ນໍາຂອງກອງປະຊຸມກົມການເມືອງ ຮ່ວມກັບເລຂາທິການສູນກາງພັກ ຕໍ່ກັບການ ແກ້ໄຂບັນຫາອັດຕາແລກປ່ຽນ ແລະ ບັນຫາເງິນເຟີ້, ລັດຖະບານ ກໍ່ຄື ທຫລ ປະຕິບັດຫນ້າທີ່ຄຸ້ມຄອງອັດຕາແລກປ່ຽນພາຍໃຕ້ລະບອບອັດຕາແລກປ່ຽນຕາມກົນໄກຕະຫຼາດທີ່ມີການຄຸ້ມຄອງຂອງລັດ ຊຶ່ງລະບອບດັ່ງກ່າວ ມີການດັດສົມເງິນຕາຕ່າງປະເທດໃນຕະຫຼາດເມື່ອເຫັນວ່າຈໍາເປັນ ເພື່ອຮັກສາລະດັບອັດຕາແລກປ່ຽນໃຫ້ມີສະຖຽນລະພາບ. ແຕ່ສະພາບຕົວຈິງໃນປັດຈຸບັນ, ສປປ ລາວ ໄດ້ປະເຊີນກັບບັນຫາຄວາມບໍ່ສົມດຸນ ລະຫວ່າງການສະຫນອງ ແລະ ຄວາມຕ້ອງການເງິນຕາຕ່າງປະເທດ ພາໃຫ້ອັດຕາແລກປ່ຽນອ່ອນຄ່າດັ່ງເກີດຂື້ນໃນໄລຍະ 2-3 ປີຜ່ານມາ ແລະ ແກ່ຍາວມາຮອດປະຈຸບັນ ພາໃຫ້ສັງຄົມຂາດຄວາມເຊື່ອຫມັ້ນຕໍ່ການຖືຄອງເງິນກີບພໍສົມຄວນ, ຍິ່ງໄປກວ່າ ນັ້ນ ປະກົດການແລກປ່ຽນເງິນຕາທີ່ບໍ່ໄດ້ຮັບອະນຸຍາດຈາກ ທຫລ ໄດ້ແຜ່ລາມເປັນວົງກວ້າງໃນສັງຄົມ. ເຖິງ ແມ່ນວ່າ ທຫລ ໄດ້ແຈ້ງການຢຸດຕິອະນຸຍາດດໍາເນີນທຸລະກິດແລກປ່ຽນເງິນຕາ ຂອງຮ້ານແລກປ່ຽນເງິນຕາແລ້ວໃນ ໄລຍະຜ່ານມາແລ້ວກໍ່ຕາມ. ສະນັ້ນ, ເພື່ອແກ້ໄຂສະພາບດັ່ງກ່າວ, ໄດ້ມີແນວຄວາມຄິດການສ້າງຕັ້ງຕະຫຼາດແລກປ່ຽນເງິນຕາຕ່າງປະເທດແບບລວມສູນຂຶ້ນ ຕັ້ງແຕ່ທ້າຍປີ 2023 ແລະ ໄດ້ຖອດຖອນບົດຮຽນຈາກຕ່າງປະເທດ ໂດຍສະເພາະແມ່ນ ຈາກ ສປ ຈີນ, ການສ້າງຕັ້ງດັ່ງກ່າວນີ້ ແມ່ນຈະອະນຸຍາດໃຫ້ທຸກພາກສ່ວນໃນສັງຄົມ ເຂົ້າມາແລກປ່ຽນຊື້-ຂາຍ ໃນຮູບແບບອອນລາຍຜ່ານຊ່ອງທາງ ທີ່ບັນດາທະນາຄານທຸລະກິດສາມາດໃຫ້ບໍລິການໄດ້ (ທັງຜ່ານແອບພິເຄຊັນ ທາງມືຖື Mobile Banking ແລະ ຜ່ານເວບບຼາວເຊີທາງຄອມພິວເຕີ Internet Banking). ຈຸດປະສົງຫຼັກຂອງ ການສ້າງຕັ້ງບໍລິສັດ ແມ່ນຊຸກຍູ້ໃຫ້ການເຄື່ອນໄຫວແລກປ່ຽນເງິນຕານອກລະບົບ ຫັນເຂົ້າມາໃນລະບົບຕະຫລາດ ແລກປ່ຽນເງິນຕາ ຢ່າງເປັນທາງການ, ເປັນເຄື່ອງມືສໍາຄັນໃຫ້ ທຫລ ສາມາດເກັບກໍາຂໍ້ມູນທີ່ແທ້ຈິງກ່ຽວກັບການ ສະຫນອງ ແລະ ຄວາມຕ້ອງການເງິນຕາຕ່າງປະເທດ, ທັງເປັນບ່ອນດັດປັບອັດຕາແລກປ່ຽນທົ່ວລະບົບໃຫ້ຄ່ອງຕົວ ກັບສະພາບຄວາມເປັນຈິງ ແລະ ປິດຂອບສ່ວນຕ່າງລະຫວ່າງອັດຕາແລກປ່ຽນ ຂອງທະ ນາຄານ ແລະ ຕະຫຼາດ ນອກລະບົບ.
- ບໍລິການ | LFX-Lao Foreign Exchange
ບໍລິການ > ບໍລິການ > ບໍລິສັດດຳເນີນທຸລະກິດ ໃຫ້ບໍລິການ ແລກປ່ຽນເງິນຕາຕ່າງປະເທດ ແບບລວມສູນ ເປັນ Platform ຊື້-ຂາຍເງິນຕາຕ່າງປະເທດ ທີ່ເປີດກວ້າງໃຫ້ ບຸກຄົນ ແລະ ນິຕິບຸກຄົນ ສາມາດເຂົ້າຮ່ວມຊື້-ຂາຍເງິນຕາລະຫວ່າງກັນ, ເຊິ່ງລະບົບຕະຫຼາດແລກປ່ຽນເງິນຕາຕ່າງປະເທດ ແມ່ນຮອງຮັບການແລກປ່ຽນລະຫວ່າງເງິນກີບ ແລະ ເງິນຕາຕ່າງປະເທດ 3 ສະກຸນເງິນ: ໂດລາ, ບາດ, ແລະ ຢວນ ໂດຍການເຊື່ອມຕໍ່ຜູກກັບບັນຊີທະນາຄານ FXS ອອກແບບມາເພື່ອດຳເນີນທຸລະກຳແລກປ່ຽນໂດຍການເຊື່ອມຕໍ່ກັບລູກຄ້າບັນດາທະນາຄານສະມາຊິກ ຜ່ານຊ່ອງທາງແອັບມືຖືທະນາຄານ (Mobile Banking) ແລະ (i-Banking) ພາຍໃຕ້ການຮ່ວມມືກັບ LAPNET. ການເຊື່ອມຕໍ່ແມ່ນເພື່ອແນໃສ່ຄວາມສະດວກ, ປອດໄພ ແລະ ນຳສົ່ງຂໍ້ມູນລະຫວ່າງຜູ້ນຳໃຊ້ແບບທັນທີສົ່ງເສີມການແລກປ່ຽນເງິນຕາທີ່ມີປະສິດທິພາບສູງສຸດໃນປະເທດ, ສຳລັບຄ່າທຳນຽມບໍລິການແມ່ນອິງຕາມບໍລິສັດປະກາດໃຊ້ໃນແຕ່ລະໄລຍະ. ການໃຫ້ບໍລິການ ການເຂົ້າລະບົບ FXS ແມ່ນຈະຜ່ານ Mobile Banking ສຳລັບບຸກຄົນ ແລະ i-Banking ສຳລັບນິຕິບຸກຄົນ ເຊິ່ງຈະເຂົ້າຜ່ານຮູບແບບ Web Browser ບັນຊີຜູ້ໃຊ້ທຸກລາຍການແມ່ນອີງຕາມບັນຊີລູກຄ້າທີ່ເປີດກັບທະນາຄານທຸລະກິດ, ໂດຍຜ່ານການລົງທະບຽນຕາມຂັ້ນຕອນ ແລະ ການກວດສອບຂໍ້ມູນ, ຜ່ານການຮອງຮັບຢືນຢັນຕົວຕົນຜູ້ໃຊ້ (KYC)ແລະ ລະບົບຄວາມປອດໄພແມ່ນອີງໃສ່ມາດຕະຖານ ແລະ ລະບຽບການຂອງຜູ້ຄຸມຄອງ ແລະ ທະນານຄານທຸລະກິດ. ອັດຕາແລກປ່ຽນສາມາດກຳນົດໂດຍຜູ້ຊື້-ຂາຍຕາມລາຄາກົນໄກຕະຫຼາດ ຜູ້ໃຊ້ສາມາດກຳນົດອັດຕາທີ່ຕ້ອງການຊື້ຂາຍໄດ້ ດ້ວຍຕົນເອງພາຍໄຕ້ກອບອັດຕາທີ່ຜູ້ຄຸ້ມຄອງກໍານົດໄວ້ໃນລະບຽບການ. ຊ່ອງທາງການນຳໃຊ້ ການຊື້ຂາຍເງິນຕາພາຍໃນລະບົບແມ່ນສາມາດກຳນົດໂດຍຜູ້ຄຸ້ມຄອງຕາມປະເພດບັນຊີຜູ້ນຳໃຊ້ຂອງບຸກຄົນ ຫຼື ນິຕິບຸກຄົນ. ສຳລັບການຂາຍແມ່ນຈະບໍ່ມີຈຳກັດ ເຊັ່ນ ປະຈຸບັນມີການກຳນົດດັ່ງນີ້: - ບັນຊີບຸກຄົນສາມາດຊື້ໄດ້ 45 ລ້ານກີບ/ມື້ - ບັນຊີນິຕິບຸກຄົນສາມາດຊື້ໄດ້ 1.66 ຕື້ກີບ/ມື້ ສຳລັບສະກຸນເງິນບາດ ແລະ ຢວນແມ່ນທຽບເທົ່າກັບເງິນໂດລາສະຫະລັດ ແລະ ບໍລິມາດການຊື້-ຊາຍ ສາມາດປັບປ່ຽນໄດ້ແຕ່ລະໄລຍະ ໂດຍຜູ້ຄຸ້ມຄອງ. ວົງເງິນສູງສຸດໃນການສັ່ງຊື້ຕໍ່ມື້ ຈາກເງິນໂດລາ ເປັນເງິນກີບ ກຳນົດວົງເງິນຂັ້ນຕ່ຳ ໃນການຊື້-ຂາຍເງິນຕາຕ່າງປະເທດ 1. ເງິນໂດລາ - 10 ໂດລາ ສຳລັບລູກຄ້າບຸກຄົນ - 100 ໂດລາ ສຳລັບລູກຄ້ານິຕິບຸກຄົນ 2. ເງິນບາດ - 100 ບາດ ສຳລັບລູກຄ້າບຸກຄົນ - 1,000 ບາດ ສຳລັບລຸກຄ້ານິຕິບຸກຄົນ 3. ເງິນຢວນ - 50 ຢວນ ສຳລັບລູກຄ້າບຸກຄົນ - 500 ຢວນ ສຳລັບລູກຄ້ານິຕິບຸກຄົນ ວົງເງິນສູງສຸດໃນການສັ່ງຊື້ຕໍ່ມື້ ຈາກເງິນໂດລາ ເປັນເງິນກີບ - ອັດຕາແລກປ່ຽນ - ຈຳນວນເງິນ (ປ່ຽນໄປຕາມຈຳນວນເງິນກີບ ຖ້າປ້ອນ) - ຈຳນວນເງິນກີບ (ປ່ຽນໄປຕາມຈຳນວນເງິນຕາ ຖ້າປ້ອນ) - ຈຸດປະສົງ ຫຼັງຈາກຕັ້ງແລ້ວຖ້າບໍ່ຖືກຈັບຄູ່ໝົດທັນທີ ຜູ້ໃຊ້ຈະສາມາດຕິດຕາມ ຫຼື ຍົກເລີກໄດ້. ຜູ້ຄຸ້ມຄອງສາມາດກຳນົດໄລຍະເວລາຂອງຄຳສັ່ງທີ່ຍັງບໍ່ທັນຈັບຄູ່ໄດ້ ການຕັ້ງອໍເດີ້ຊື້-ຂາຍ ຜຸ້ໃຊ້ຕ້ອງເປັນຜູ້ກຳນົດ ລະບົບ FXS ເປີດໃຫ້ບໍລິການຕາມ ວັນລັດຖະການ ແລະ ໃນເວລາ ດັ່ງນີ້: ວັນໃຫ້ບໍລິການ: ວັນຈັນ-ອາທິດ; ໂມງໃຫ້ບໍລິການ: ເປີດຕະຫຼາດ ເວລາ 09:00 ໂມງ ແລະ ປິດຕະຫຼາດ ເວລາ 15:00 ໂມງ ; ວັນ ແລະ ເວລາຂອງການໃຫ້ບໍລິການ ບໍລິສັດ ຕລຕ ໃຫ້ການບໍລິການການຊື້-ຂາຍເງິນຕາຕ່າງປະເທດຮູບແບບທັນທີ (Spot) ແລະ ຮູບແບບອື່ນຕາມການອະນຸຍາດຂອງ ທະນາຄານແຫ່ງ ສປປ ລາວ ໃນແຕ່ລະໄລຍະ. ປະເພດການຊື້-ຂາຍ ເງິນຕາຕ່າງປະເທດ
- โปรไฟล์ | LFX-Lao Foreign Exchange
We can’t find the page you’re looking for This page doesn’t exist. Go to Home and keep exploring. Go to Home
- ຂ່າວສານ | LFX-Lao Foreign Exchange
4 ກຸ່ມທີ່ຄວນນຳໃຊ້ LFX > ຂ່າວສານ > 1.ນັກເດີນທາງ-ທ່ອງ ທ່ຽວ ສຳລັບຄົນລາວທີ່ຕ້ອງການເດີນທາງໄປຕ່າງປະເທດສາມາດແກລເງິນກ່ອນເດີນທາງໄດ້ 2. ຜູ້ປະກອບການ ທຸລະກິດທີ່ມີຄູ່ຄ້າກັບຕ່າງປະເທດເຊິ່ງສາມາດຈັດການທຸລະກຳການເງິນໄດ້ຢ່າງວ່ອງໄວ ແລະ ປອດໄພ 3. ນັກຮຽນຕ່າງປະເທດ ນັກຮຽນທີ່ຕ້ອງການໃຊ້ເງິນສະກຸນເງິນໃນຕ່າງປະເທດເຊັ່ນ: USD, THB, CNY 4. ບຸກຄົນທົ່ວໄປ ບຸກຄົນທີ່ຕ້ອງການໃຊ້ເງິນຕາໃນການຊຳລະທົ່ວໄປ
- ຂ່າວສານ | LFX-Lao Foreign Exchange
ແຈ້ງການກ່ຽວກັບລະບົບ > ຂ່າວສານ > ແຈ້ງການເປີດໃຫ້ບໍລິການແລກປ່ຽນເງິນຕາ ວັນເສົາ-ວັນອາທິດບໍລິສັດ ຕະຫຼາດແລກປ່ຽນເງິນຕາຕ່າງປະເທດລາວ ຈຳກັດ (LFX) ຂໍແຈ້ງມາຍັງລູກຄ້າທຸກທ່ານຊາບວ່າ:ຕະຫຼາດແລກປ່ຽນເງິນຕາຕ່າງປະເທດລາວ (LFX) ຈະເປີດໃຫ້ບໍລິການ ຊື້-ຂາຍເງິນຕາໃນ ວັນເສົາ ແລະ ວັນອາທິດ ແຕ່ເວລາ 9:00 ຫາ 15:00 ໂມງ, ເລີ່ມແຕ່ວັນເສົາ, ວັນທີ 21/06/2025 ເປັນຕົ້ນໄປ.ທ່ານສາມາດ ຝາກ/ຖອນ/ແລກປ່ຽນເງິນຕາ ຜ່ານ LFX ໄດ້ຕາມວັນ ແລະ ເວລາດັ່ງກ່າວເປັນປົກກະຕິ ຜ່ານລະບົບ Mobile Banking ແລະ Internet Banking ຂອງ ທະນາຄານທີ່ເຂົ້າຮ່ວມໂຄງການ.ດັ່ງນັ້ນ, ຈື່ງແຈ້ງມາຍັງບັນດາທ່ານເພື່ອຊາບ.
- ຂ່າວສານ | LFX-Lao Foreign Exchange
ພິທີເປີດນຳໃຊ້ສຳນັກງານ > ຂ່າວສານ > ພິທີເປີດນໍາໃຊ້ສໍານັກງານຂອງ ບໍລິສັດ ຕະຫຼາດແລກປ່ຽນເງິນຕາຕ່າງປະເທດລາວ ຈໍາກັດ (ບໍລິສັດ ຕລຕ) ຢ່າງເປັນທາງການໃນວັນທີ 27 ພືດສະພາ 2025 ນີ້ ທີ່ ບໍລິສັດ ຕະຫຼາດແລກປ່ຽນເງິນຕາຕ່າງປະເທດລາວ ຈໍາກັດ, ຊັ້ນ 6, ຕືກຕະຫຼາດຫຼັກຊັບລາວ ໄດ້ຈັດພິທີເປີດການນໍາໃຊ້ສໍານັກງານຢ່າງເປັນທາງການຂອງ ບໍລິສັດ ຕະຫຼາດແລກປ່ຽນເງິນຕາຕ່າງປະເທດລາວ ຈໍາກັດ (ບໍລິສັດ ຕລຕ) ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ສຸລິສັກ ທໍານຸວົງ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ພ້ອມນີ້ ກໍ່ມີບັນດາທ່ານຜູ້ອໍານວຍການ, ຄະນະອໍານວຍການ ຂອງທະນາຄານທຸລະກິດທີ່ເປັນຜູ້ຖືຮຸ້ນຂອງ ບໍລິສັດ ຕລຕ ແລະ ຕາໜ້າຈາກບັນດາທະນາຄານທຸລະກິດຢູ່ ສປປ ລາວ, ທ່ານປະທານສະມາຄົມທະນາຄານລາວ, ຄະນະກົມພາຍໃນ ທະນາຄານແຫ່ງ ສປປ ລາວ (ທຫລ), ຕາງໜ້າຈາກກະຊວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ລວມທັງໝົດ 150 ທ່ານ. ຈຸດປະສົງຂອງການຈັດພິທີໃນຄັ້ງນີ້ ເພື່ອແນະນໍາສໍານັກງານຂອງ ບໍລິສັດ ຕລຕ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ກໍ່ຄືສັງຄົມໄດ້ຮັບຮູ້ພາລະບົດບາດຕົ້ນຕໍຂອງ ບໍລິສັດ, ພ້ອມທັງສະແດງເຖິງຜົນສໍາເລັດທີ່ບໍລິສັດສາມາດຍາດມາໄດ້ຫຼັງຈາກທີ່ເປີດບໍລິການຮັບໃຊ້ສັງຄົມໃນປີຜ່ານມາ, ແນໃສ່ເຮັດໃຫ້ສັງຄົມ ມີຄວາມໝັ້ນໃຈ ແລະ ຫັນມານໍາໃຊ້ການແລກປ່ຽນເງິນຕາຕ່າງປະເທດຜ່ານລະບົບທະນາຄານ ກໍ່ຄື ລະບົບຂອງຕະຫຼາດແລກປ່ຽນເງິນຕາຕ່າງປະເທດລາວ ຫຼາຍຂື້ນ ແລະ ກ້າວໄປເຖິງການລວມສູນການແລກປ່ຽນເງິນຕາຕ່າງປະເທດຢ່າງມີປະສິດທິພາບ. ພິທີດັ່ງກ່າວ ໄດ້ດໍາເນີນໄປດ້ວຍບັນຍາກາດອັນຟົດຟື້ນ ແລະ ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້.ໃນພິທີດັ່ງກ່າວ ທ່ານ ສຸລິສັກ ທຳນຸວົງ ຮອງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ກໍ່ໄດ້ຮຽກຮ້ອງໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງກໍ່ຄືຜູ້ຊົມໃຊ້ໃນການແລກປ່ຽນເງິນຕາຕ່າງປະເທດ ພ້ອມໃຈກັນຊຸກຍູ້ ແລະ ນຳໃຊ້ການບໍລິການແລກປ່ຽນເງິນຕາຕ່າງປະເທດຜ່ານລະບົບເພື່ອເຮັດໃຫ້ບໍລິສັດສາມາດປະຕິບັດສຳເລັດພາລະກິດອັນສຳຄັນທີ່ລັດຖະບານ ກໍ່ຄື ທະນາຄານແຫ່ງ ສປປ ລາວ ມອບໝາຍໃຫ້, ປະກອບສ່ວນເຂົ້າໃນການດັດສົມເງິນຕາໃນສັງຄົມ ແລະ ເປັນອີກທ່າແຮງໜື່ງໃນການແກ້ໄຂບັນຫາອັດຕາແລກປ່ຽນ, ສ້າງສະຖຽນລະພາບໃຫ້ກັບເງິນຕາແຫ່ງຊາດ.
- ກົດໝາຍ | LFX-Lao Foreign Exchange
ກົດໝາຍ > ນິຕິກຳ > ກົດໝາຍ >
- ລາຍງານ ແລະ ຂໍ້ມູນ | LFX-Lao Foreign Exchange
ລາຍງານ ແລະ ຂໍ້ມູນ > ລາຍງານ ແລະ ຂໍ້ມູນ > ຜົນກະທົບຈາກການຜັນຜວນຂອງອັດຕາແລກປ່ຽນ