ປະຫວັດຄວາມເປັນມາ
ໃນໄລຍະທີ່ຜ່ານມາ, ຍັງມີການເຄື່ອນໄຫວທຸລະກໍາທີ່ຕິດພັນກັບເງິນຕາຕ່າງປະເທດ ລວມທັງການແລກປ່ຽນເງິນຕາ ແບບບໍ່ຖືກຕ້ອງຕາມລະບຽບກົດຫມາຍ ສົ່ງຜົນໃຫ້ມີສະພາບລາຍຮັບທີ່ເປັນເງິນຕາຕ່າງປະເທດ ແລະ ເງິນລົງທຶຈາກຕ່າງປະເທດຈໍານວນຫລາຍ ບໍ່ທັນເຂົ້າມາປະເທດຕາມລະບຽບການ ເຮັດໃຫ້ເງິນຕາຕ່າງປະເທດ ເຂົ້າສູ່ລະບົບທະນາຄານໜ້ອຍກວ່າທີ່ຄວນຈະເປັນພາໃຫ້ຄວາມສາມາດໃນການສະຫນອງເງິນຕາຕ່າງປະເທດ ຂອງລະບົບທະນາຄານຫຼຸດລົງ. ນອກຈາກນີ້, ຄວາມບໍ່ສົມດູນລະຫວ່າງລະດັບຄວາມຕ້ອງການ ແລະ ການສະຫນອງ ເງິນຕາຕ່າງປະເທດຢູ່ພາຍໃນ ສປປ ລາວ ຍັງສືບຕໍ່ສູງຂຶ້ນ; ການເໜັງຕີງຂອງຄ່າເງິນກີບ ໄດ້ຮັບຜົນກະທົບຫຼາຍ ຈາກປະຊາຊົນໃນສັງຄົມທີ່ກໍາລັງແຕກຕື່ນ ຍ້ອນມີຄວາມກັງວົນຫຼາຍເກີນເຫດ ຕໍ່ສະພາບທີ່ເກີດຂຶ້ນຢູ່ສາກົນ ແລະ ຕໍ່ບາງສະພາບປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ ເປັນຕົ້ນ ການປະກາດອັດຕາແລກປ່ຽນ ແລະ ການແລກປ່ຽນເງິນຕາແບບບໍ່ສອດຄ່ອງ ກັບລະບຽບກົດຫມາຍໃນແຕ່ລະວັນ. ປະກົດການດັ່ງກ່າວ, ໄດ້ສົ່ງຜົນກະທົບຢ່າງຫຼວງຫຼາຍ ທີ່ໄດ້ເປັນການຖ່ວງດຶງຄວາມເຊື່ອໝັ້ນຕໍ່ສະກຸນເງິນຂອງຊາດໃຫ້ຕໍ່າລົງ ເຮັດໃຫ້ສະພາບອັດຕາແລກປ່ຽນຂອງ ສປປ ລາວ ເໜັງຕີງແຮງ ໃນທິດທາງອ່ອນຄ່າຫລາຍກວ່າລະດັບດຸນຍະພາບ ດ້ານເສດຖະກິດ-ເງິນຕາ ທີ່ຄວນຈະເປັນ.
ອັດຕາແລກປ່ຽນມີຄວາມສໍາຄັນທີ່ສຸດຕໍ່ກັບລະບົບເສດຖະກິດຂອງ ສປປ ລາວ ເນື່ອງຈາກວ່າ ສປປ ລາວ ເປັນປະເທດນໍາໃຊ້ຫຼາຍສະກຸນເງິນໃນລະບົບເສດຖະກິດ ແລະ ເປັນປະເທດນໍາເຂົ້າສຸດທິ ໂດຍສະເພາະສິນຄ້າອຸປະໂພກ ແລະ ບໍລິໂພກ. ການອ່ອນຄ່າແຮງ ແລະ ໄວຂອງຄ່າເງິນກີບ ເກີນລະດັບທີ່ຄວນຈະເປັນ ໄດ້ສົ່ງຜົນກະທົບ ຕໍ່ທຸກພາກສ່ວນໃນສັງຄົມ ທັງພາກລັດ ແລະ ພາກເອກະຊົນ ເຊິ່ງສົ່ງຜົນໃຫ້ພັນທະໃນການຊໍາລະກັບຕ່າງປະເທດ ຂອງ ສປປ ລາວ ໜັກໜ່ວງຂຶ້ນ, ລາຄາສິນຄ້າ-ຄ່າບໍລິການ, ຕົ້ນທຶນການຜະລິດ ຢູ່ພາຍໃນປະເທດເພີ່ມສູງຂຶ້ນ, ອັດຕາເງິນເຟີ້ສູງຂຶ້ນ ກະທົບຕໍ່ຊີວິດການເປັນຢູ່ຂອງທຸກຄົນໃນ ສປປ ລາວ ແລະ ສົ່ງຜົນກະທົບດ້ານລົບຕໍ່ສະຖານະພາບ ດ້ານການພັດທະນາເສດຖະກິດຂອງປະເທດ. ໃນທາງກັບກັນ ຖ້າມີການຄວບຄຸມອັດຕາແລກປ່ຽນໄດ້, ອັດຕາເງິນເຟີ້ກໍສາມາດຄວບຄຸມໄດ້ ພ້ອມທັງສ້າງຄວາມເຊື່ອໝັ້ນໃຫ້ແກ່ປະຊາຊົນໃນການນໍາໃຊ້ເງິນກີບ ແລະ ດຶງດູດການລົງທຶນໂດຍກົງກັບຕ່າງປະເທດ (FDI) ໄດ້ງ່າຍຂຶ້ນ.
ເພື່ອຜັນຂະຫຍາຍທິດຊີ້ນໍາຂອງກອງປະຊຸມກົມການເມືອງ ຮ່ວມກັບເລຂາທິການສູນກາງພັກ ຕໍ່ກັບການ ແກ້ໄຂບັນຫາອັດຕາແລກປ່ຽນ ແລະ ບັນຫາເງິນເຟີ້, ລັດຖະບານ ກໍ່ຄື ທຫລ ປະຕິບັດຫນ້າທີ່ຄຸ້ມຄອງອັດຕາແລກປ່ຽນພາຍໃຕ້ລະບອບອັດຕາແລກປ່ຽນຕາມກົນໄກຕະຫຼາດທີ່ມີການຄຸ້ມຄອງຂອງລັດ ຊຶ່ງລະບອບດັ່ງກ່າວ ມີການດັດສົມເງິນຕາຕ່າງປະເທດໃນຕະຫຼາດເມື່ອເຫັນວ່າຈໍາເປັນ ເພື່ອຮັກສາລະດັບອັດຕາແລກປ່ຽນໃຫ້ມີສະຖຽນລະພາບ. ແຕ່ສະພາບຕົວຈິງໃນປັດຈຸບັນ, ສປປ ລາວ ໄດ້ປະເຊີນກັບບັນຫາຄວາມບໍ່ສົມດຸນ ລະຫວ່າງການສະຫນອງ ແລະ ຄວາມຕ້ອງການເງິນຕາຕ່າງປະເທດ ພາໃຫ້ອັດຕາແລກປ່ຽນອ່ອນຄ່າດັ່ງເກີດຂື້ນໃນໄລຍະ 2-3 ປີຜ່ານມາ ແລະ ແກ່ຍາວມາຮອດປະຈຸບັນ ພາໃຫ້ສັງຄົມຂາດຄວາມເຊື່ອຫມັ້ນຕໍ່ການຖືຄອງເງິນກີບພໍສົມຄວນ, ຍິ່ງໄປກວ່າ ນັ້ນ ປະກົດການແລກປ່ຽນເງິນຕາທີ່ບໍ່ໄດ້ຮັບອະນຸຍາດຈາກ ທຫລ ໄດ້ແຜ່ລາມເປັນວົງກວ້າງໃນສັງຄົມ. ເຖິງ ແມ່ນວ່າ ທຫລ ໄດ້ແຈ້ງການຢຸດຕິອະນຸຍາດດໍາເນີນທຸລະກິດແລກປ່ຽນເງິນຕາ ຂອງຮ້ານແລກປ່ຽນເງິນຕາແລ້ວໃນ ໄລຍະຜ່ານມາແລ້ວກໍ່ຕາມ.
ສະນັ້ນ, ເພື່ອແກ້ໄຂສະພາບດັ່ງກ່າວ, ໄດ້ມີແນວຄວາມຄິດການສ້າງຕັ້ງຕະຫຼາດແລກປ່ຽນເງິນຕາຕ່າງປະເທດແບບລວມສູນຂຶ້ນ ຕັ້ງແຕ່ທ້າຍປີ 2023 ແລະ ໄດ້ຖອດຖອນບົດຮຽນຈາກຕ່າງປະເທດ ໂດຍສະເພາະແມ່ນ ຈາກ ສປ ຈີນ, ການສ້າງຕັ້ງດັ່ງກ່າວນີ້ ແມ່ນຈະອະນຸຍາດໃຫ້ທຸກພາກສ່ວນໃນສັງຄົມ ເຂົ້າມາແລກປ່ຽນຊື້-ຂາຍ ໃນຮູບແບບອອນລາຍຜ່ານຊ່ອງທາງ ທີ່ບັນດາທະນາຄານທຸລະກິດສາມາດໃຫ້ບໍລິການໄດ້ (ທັງຜ່ານແອບພິເຄຊັນ ທາງມືຖື Mobile Banking ແລະ ຜ່ານເວບບຼາວເຊີທາງຄອມພິວເຕີ Internet Banking). ຈຸດປະສົງຫຼັກຂອງ ການສ້າງຕັ້ງບໍລິສັດ ແມ່ນຊຸກຍູ້ໃຫ້ການເຄື່ອນໄຫວແລກປ່ຽນເງິນຕານອກລະບົບ ຫັນເຂົ້າມາໃນລະບົບຕະຫລາດ ແລກປ່ຽນເງິນຕາ ຢ່າງເປັນທາງການ, ເປັນເຄື່ອງມືສໍາຄັນໃຫ້ ທຫລ ສາມາດເກັບກໍາຂໍ້ມູນທີ່ແທ້ຈິງກ່ຽວກັບການ ສະຫນອງ ແລະ ຄວາມຕ້ອງການເງິນຕາຕ່າງປະເທດ, ທັງເປັນບ່ອນດັດປັບອັດຕາແລກປ່ຽນທົ່ວລະບົບໃຫ້ຄ່ອງຕົວ ກັບສະພາບຄວາມເປັນຈິງ ແລະ ປິດຂອບສ່ວນຕ່າງລະຫວ່າງອັດຕາແລກປ່ຽນ ຂອງທະ ນາຄານ ແລະ ຕະຫຼາດ ນອກລະບົບ.