top of page

          ພິທີເປີດນໍາໃຊ້ສໍານັກງານຂອງ ບໍລິສັດ ຕະຫຼາດແລກປ່ຽນເງິນຕາຕ່າງປະເທດລາວ ຈໍາກັດ (ບໍລິສັດ ຕລຕ) ຢ່າງເປັນທາງການໃນວັນທີ 27 ພືດສະພາ 2025 ນີ້ ທີ່ ບໍລິສັດ ຕະຫຼາດແລກປ່ຽນເງິນຕາຕ່າງປະເທດລາວ ຈໍາກັດ, ຊັ້ນ 6, ຕືກຕະຫຼາດຫຼັກຊັບລາວ ໄດ້ຈັດພິທີເປີດການນໍາໃຊ້ສໍານັກງານຢ່າງເປັນທາງການຂອງ ບໍລິສັດ ຕະຫຼາດແລກປ່ຽນເງິນຕາຕ່າງປະເທດລາວ ຈໍາກັດ (ບໍລິສັດ ຕລຕ) ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ສຸລິສັກ ທໍານຸວົງ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ພ້ອມນີ້ ກໍ່ມີບັນດາທ່ານຜູ້ອໍານວຍການ, ຄະນະອໍານວຍການ ຂອງທະນາຄານທຸລະກິດທີ່ເປັນຜູ້ຖືຮຸ້ນຂອງ ບໍລິສັດ ຕລຕ ແລະ ຕາໜ້າຈາກບັນດາທະນາຄານທຸລະກິດຢູ່ ສປປ ລາວ, ທ່ານປະທານສະມາຄົມທະນາຄານລາວ, ຄະນະກົມພາຍໃນ ທະນາຄານແຫ່ງ ສປປ ລາວ (ທຫລ), ຕາງໜ້າຈາກກະຊວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ລວມທັງໝົດ 150 ທ່ານ.

          ຈຸດປະສົງຂອງການຈັດພິທີໃນຄັ້ງນີ້ ເພື່ອແນະນໍາສໍານັກງານຂອງ ບໍລິສັດ ຕລຕ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ກໍ່ຄືສັງຄົມໄດ້ຮັບຮູ້ພາລະບົດບາດຕົ້ນຕໍຂອງ ບໍລິສັດ, ພ້ອມທັງສະແດງເຖິງຜົນສໍາເລັດທີ່ບໍລິສັດສາມາດຍາດມາໄດ້ຫຼັງຈາກທີ່ເປີດບໍລິການຮັບໃຊ້ສັງຄົມໃນປີຜ່ານມາ, ແນໃສ່ເຮັດໃຫ້ສັງຄົມ ມີຄວາມໝັ້ນໃຈ ແລະ ຫັນມານໍາໃຊ້ການແລກປ່ຽນເງິນຕາຕ່າງປະເທດຜ່ານລະບົບທະນາຄານ ກໍ່ຄື ລະບົບຂອງຕະຫຼາດແລກປ່ຽນເງິນຕາຕ່າງປະເທດລາວ ຫຼາຍຂື້ນ ແລະ ກ້າວໄປເຖິງການລວມສູນການແລກປ່ຽນເງິນຕາຕ່າງປະເທດຢ່າງມີປະສິດທິພາບ.

          ພິທີດັ່ງກ່າວ ໄດ້ດໍາເນີນໄປດ້ວຍບັນຍາກາດອັນຟົດຟື້ນ ແລະ ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້.ໃນພິທີດັ່ງກ່າວ ທ່ານ ສຸລິສັກ ທຳນຸວົງ ຮອງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ກໍ່ໄດ້ຮຽກຮ້ອງໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງກໍ່ຄືຜູ້ຊົມໃຊ້ໃນການແລກປ່ຽນເງິນຕາຕ່າງປະເທດ ພ້ອມໃຈກັນຊຸກຍູ້ ແລະ ນຳໃຊ້ການບໍລິການແລກປ່ຽນເງິນຕາຕ່າງປະເທດຜ່ານລະບົບເພື່ອເຮັດໃຫ້ບໍລິສັດສາມາດປະຕິບັດສຳເລັດພາລະກິດອັນສຳຄັນທີ່ລັດຖະບານ ກໍ່ຄື ທະນາຄານແຫ່ງ ສປປ ລາວ ມອບໝາຍໃຫ້, ປະກອບສ່ວນເຂົ້າໃນການດັດສົມເງິນຕາໃນສັງຄົມ ແລະ ເປັນອີກທ່າແຮງໜື່ງໃນການແກ້ໄຂບັນຫາອັດຕາແລກປ່ຽນ, ສ້າງສະຖຽນລະພາບໃຫ້ກັບເງິນຕາແຫ່ງຊາດ.

bottom of page