top of page

          ຄວາມຜັນຜວນຂອງອັດຕາແລກປ່ຽນ ຈະສົ່ງຜົນກະທົບຫຼາຍດ້ານ ທັງໃນລະດັບ ບຸກຄົນ, ນິຕິບຸກຄົນ, ອົງກອນ ແລະ ເສດຖະກິດໂດຍລວມ ດັ່ງລຸ່ມນີ້:

 1.ສະພາບເສດຖະກິດຄວາມຜັນຜວນຂອງອັດຕາແລກປ່ຽນ ອາດສົ່ງຜົນຕໍ່ອັດຕາເງິນເຟີ້, ການເຕີບໂຕຂອງ GDP ແລະ ການບໍລິໂພກພາຍໃນປະເທດ ເຮັດໃຫ້ລັດຖະບານ ແລະ ທະນາຄານກາງຕ້ອງເຮັດວຽກໜັກເພື່ອຮັບມືກັບກັບສະຖານະການດັ່ງກ່າວ.

 2.ທຸລະກິດການນຳເຂົ້າ-ສົ່ງອອກຫາກອັດຕາແລກປ່ຽນມີການຜັນຜວນແຮງ ຈະສົ່ງຜົນໃຫ້ຕົ້ນທືນການນໍາເຂົ້າ ແລະ ສົ່ງອອກ ປ່ຽນແປງເຊັ່ນ: ຜູ້ສົ່ງອອກຈະໄດ້ກຳໄລໜ້ອຍລົງເມື່ອຄ່າເງິນໃນປະເທດແຂງຄ່າຂື້ນ ຫຼື ຜູ້ບໍລິໂພກຈະໄດ້ຊື້ສິນຄ້າແພງຂື້ນເມື່ອຄ່າເງິນອ່ອນລົງ.

 3.ນັກລົງທືນ ແລະ ຕະຫຼາດທືນ ຄວາມຜັນຜວນຂອງອັດຕາແລກປ່ຽນອາດສົ່ງຜົນເຖິງຄວາມບໍ່ແນ່ນອນ ຂອງມູນຄ່າການລົງທືນ ໂດຍສະເພາະຊັບສິນ ທີ່ກ່ຽວຂ້ອງກັບເງິນຕາຕ່າງປະເທດ ເຊັ່ນ: ຮຸ້ນ, ພັນທະບັດ, ສິນຄ້ານໍາເຂົ້າທີ່ເປັນວັດຖຸດິບຕ່າງໆ.

 4.ການທ່ອງທ່ຽວ ນັກທ່ອງທ່ຽວຕ່າງປະເທດອາດໄດ້ຮັບຜົນກະທົບຈາກອັດຕາແລກປ່ຽນ ເຊັ່ນ: ຄ່າໃຊ້ຈ່າຍສູງຂື້ນ ຫຼື ຕໍ່າລົງຕາມລະດັບຄວາມຜັນຜວນ.

bottom of page