top of page
ບໍລິການ
ບໍລິສັດດຳເນີນທຸລະກິດ ໃຫ້ບໍລິການ ແລກປ່ຽນເງິນຕາຕ່າງປະເທດ ແບບລວມສູນ ເປັນ Platform ຊື້-ຂາຍເງິນຕາຕ່າງປະເທດ ທີ່ເປີດກວ້າງໃຫ້ ບຸກຄົນ ແລະ ນິຕິບຸກຄົນ ສາມາດເຂົ້າຮ່ວມຊື້-ຂາຍເງິນຕາລະຫວ່າງກັນ, ເຊິ່ງລະບົບຕະຫຼາດແລກປ່ຽນເງິນຕາຕ່າງປະເທດ ແມ່ນຮອງຮັບການແລກປ່ຽນລະຫວ່າງເງິນກີບ ແລະ ເງິນຕາຕ່າງປະເທດ 3 ສະກຸນເງິນ: ໂດລາ, ບາດ, ແລະ ຢວນ ໂດຍການເຊື່ອມຕໍ່ຜູກກັບບັນຊີທະນາຄານ FXS ອອກແບບມາເພື່ອດຳເນີນທຸລະກຳແລກປ່ຽນໂດຍການເຊື່ອມຕໍ່ກັບລູກຄ້າບັນດາທະນາຄານສະມາຊິກ ຜ່ານຊ່ອງທາງແອັບມືຖືທະນາຄານ (Mobile Banking) ແລະ (i-Banking) ພາຍໃຕ້ການຮ່ວມມືກັບ LAPNET. ການເຊື່ອມຕໍ່ແມ່ນເພື່ອແນໃສ່ຄວາມສະດວກ, ປອດໄພ ແລະ ນຳສົ່ງຂໍ້ມູນລະຫວ່າງຜູ້ນຳໃຊ້ແບບທັນທີສົ່ງເສີມການແລກປ່ຽນເງິນຕາທີ່ມີປະສິດທິພາບສູງສຸດໃນປະເທດ, ສຳລັບຄ່າທຳນຽມບໍລິການແມ່ນອິງຕາມບໍລິສັດປະກາດໃຊ້ໃນແຕ່ລະໄລຍະ.
ການໃຫ້ບໍລິການ
ການເຂົ້າລະບົບ FXS ແມ່ນຈະຜ່ານ Mobile Banking ສຳລັບບຸກຄົນ ແລະ i-Banking ສຳລັບນິຕິບຸກຄົນ ເຊິ່ງຈະເຂົ້າຜ່ານຮູບແບບ Web Browser ບັນຊີຜູ້ໃຊ້ທຸກລາຍການແມ່ນອີງຕາມບັນຊີລູກຄ້າທີ່ເປີດກັບທະນາຄານທຸລະກິດ, ໂດຍຜ່ານການລົງທະບຽນຕາມຂັ້ນຕອນ ແລະ ການກວດສອບຂໍ້ມູນ, ຜ່ານການຮອງຮັບຢືນຢັນຕົວຕົນຜູ້ໃຊ້ (KYC)ແລະ ລະບົບຄວາມປອດໄພແມ່ນອີງໃສ່ມາດຕະຖານ ແລະ ລະບຽບການຂອງຜູ້ຄຸມຄອງ ແລະ ທະນານຄານທຸລະກິດ. ອັດຕາແລກປ່ຽນສາມາດກຳນົດໂດຍຜູ້ຊື້-ຂາຍຕາມລາຄາກົນໄກຕະຫຼາດ ຜູ້ໃຊ້ສາມາດກຳນົດອັດຕາທີ່ຕ້ອງການຊື້ຂາຍໄດ້ ດ້ວຍຕົນເອງພາຍໄຕ້ກອບອັດຕາທີ່ຜູ້ຄຸ້ມຄອງກໍານົດໄວ້ໃນລະບຽບການ.
ຊ່ອງທາງການນຳໃຊ້
ການຊື້ຂາຍເງິນຕາພາຍໃນລະບົບແມ່ນສາມາດກຳນົດໂດຍຜູ້ຄຸ້ມຄອງຕາມປະເພດບັນຊີຜູ້ນຳໃຊ້ຂອງບຸກຄົນ ຫຼື ນິຕິບຸກຄົນ. ສຳລັບການຂາຍແມ່ນຈະບໍ່ມີຈຳກັດ ເຊັ່ນ ປະຈຸບັນມີການກຳນົດດັ່ງນີ້:
- ບັນຊີບຸກຄົນສາມາດຊື້ໄດ້ 45 ລ້ານກີບ/ມື້
- ບັນຊີນິຕິບຸກຄົນສາມາດຊື້ໄດ້ 1.66 ຕື້ກີບ/ມື້
ສຳລັບສະກຸນເງິນບາດ ແລະ ຢວນແມ່ນທຽບເທົ່າກັບເງິນໂດລາສະຫະລັດ ແລະ ບໍລິມາດການຊື້-ຊາຍ ສາມາດປັບປ່ຽນໄດ້ແຕ່ລະໄລຍະ ໂດຍຜູ້ຄຸ້ມຄອງ.
ວົງເງິນສູງສຸດໃນການສັ່ງຊື້ຕໍ່ມື້ ຈາກເງິນໂດລາ ເປັນເງິນກີບ
ກຳນົດວົງເງິນຂັ້ນຕ່ຳ ໃນການຊື້-ຂາຍເງິນຕາຕ່າງປະເທດ
1. ເງິນໂດລາ
- 10 ໂດລາ ສຳລັບລູກຄ້າບຸກຄົນ
- 100 ໂດລາ ສຳລັບລູກຄ້ານິຕິບຸກຄົນ
2. ເງິນບາດ
- 100 ບາດ ສຳລັບລູກຄ້າບຸກຄົນ
- 1,000 ບາດ ສຳລັບລຸກຄ້ານິຕິບຸກຄົນ
3. ເງິນຢວນ
- 50 ຢວນ ສຳລັບລູກຄ້າບຸກຄົນ
- 500 ຢວນ ສຳລັບລູກຄ້ານິຕິບຸກຄົນ
ວົງເງິນສູງສຸດໃນການສັ່ງຊື້ຕໍ່ມື້ ຈາກເງິນໂດລາ ເປັນເງິນກີບ
- ອັດຕາແລກປ່ຽນ
- ຈຳນວນເງິນ (ປ່ຽນໄປຕາມຈຳນວນເງິນກີບ ຖ້າປ້ອນ)
- ຈຳນວນເງິນກີບ (ປ່ຽນໄປຕາມຈຳນວນເງິນຕາ ຖ້າປ້ອນ)
- ຈຸດປະສົງ
ຫຼັງຈາກຕັ້ງແລ້ວຖ້າບໍ່ຖືກຈັບຄູ່ໝົດທັນທີ ຜູ້ໃຊ້ຈະສາມາດຕິດຕາມ ຫຼື ຍົກເລີກໄດ້. ຜູ້ຄຸ້ມຄອງສາມາດກຳນົດໄລຍະເວລາຂອງຄຳສັ່ງທີ່ຍັງບໍ່ທັນຈັບຄູ່ໄດ້
ການຕັ້ງອໍເດີ້ຊື້-ຂາຍ ຜຸ້ໃຊ້ຕ້ອງເປັນຜູ້ກຳນົດ
ລະບົບ FXS ເປີດໃຫ້ບໍລິການຕາມ ວັນລັດຖະການ ແລະ ໃນເວລາ ດັ່ງນີ້:
-
ວັນໃຫ້ບໍລິການ: ວັນຈັນ-ອາທິດ;
-
ໂມງໃຫ້ບໍລິການ: ເປີດຕະຫຼາດ ເວລາ 09:00 ໂມງ ແລະ ປິດຕະຫຼາດ ເວລາ 15:00 ໂມງ;
ວັນ ແລະ ເວລາຂອງການໃຫ້ບໍລິການ
ບໍລິສັດ ຕລຕ ໃຫ້ການບໍລິການການຊື້-ຂາຍເງິນຕາຕ່າງປະເທດຮູບແບບທັນທີ (Spot) ແລະ ຮູບແບບອື່ນຕາມການອະນຸຍາດຂອງ ທະນາຄານແຫ່ງ ສປປ ລາວ ໃນແຕ່ລະໄລຍະ.
ປະເພດການຊື້-ຂາຍ ເງິນຕາຕ່າງປະເທດ
bottom of page