ພາລະບົດບາດ
ພາລະບົດບາດຂອງ ບໍລິສັດ ຕລຕ ແມ່ນ ອະນຸຍາດໃຫ້ບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງຕ່າງໆ ເຂົ້າມາແລກປ່ຽນຊື້-ຂາຍ ເງິນຕາຕ່າງປະເທດ ໃນຮູບແບບທັນທີ, ໂດຍສາມາດ ນໍາໃຊ້ຜ່ານຊ່ອງທາງອອນລາຍທີ່ບັນດາທະນາຄານທຸລະກິດສາມາດໃຫ້ບໍລິການໄດ້ເຊັ່ນ: ຜ່ານຊ່ອງທາງ ແອັບພລີເຄຊັນເທິງມືຖື ຜ່ານລະບົບ Mobile Banking ຫຼື ຜ່ານເວບບຼາວເຊີທາງຄອມພິວເຕີ Internet Banking ເຊິ່ງສາມາດແລກປ່ຽນໄດ້ 3 ສະກຸນເງິນໂດຍຜ່ານເງິນກີິບ ຄື: ເງິນໂດລາ, ເງິນບາດ ແລະ ເງິນຢວນ.
ປະຈຸບັນນີ້ ມີທະນາຄານທຸລະກິດຈໍານວນ 09 ແຫ່ງ ທີ່ເປັນສະມາຊິກຂອງ ຕະຫຼາດແລກປ່ຽນເງິນຕາຕ່າງປະເທດລາວ ແລະ ສາມາດໃຫ້ບໍລິການກັບລູກຄ້າຂອງຕົນ ຄື: ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ, ທະນາຄານ ສົ່ງເສີມກະສິກຳ ຈໍາກັດ, ທະນາຄານ ເອັສທີ ຈຳກັດ, ທະນາຄານ ບີໄອຊີ ລາວ ຈຳກັດ, ທະນາຄານ ພັດນາລາວ ຈຳກັດ, ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈຳກັດ, ທະນາຄານ ລາວ-ຝຣັ່ງ ຈຳກັດ, ທະນາຄານ ຮ່ວມພັດທະນາ ຈຳກັດ ແລະ ທະນາຄານອິນໂອຈີນ ຈຳກັດ