top of page

LFX ຮອງຮັບ 4 ສະກຸນເງິນ

          ຄວາມສາມາດອັນໂດດເດັນຢ່າງໜື່ງຂອງລະບົບແລກປ່ຽນເງິນຕາຕ່າງປະເທດ LFX ແມ່ນສາມາດຮອງຮັບໄດ້ຫຼາຍສະກຸນເງິນເຊິ່ງເຮັດໃຫ້ການແລກປ່ຽນເງິນຕາເປັນເລື່ອງງ່າຍ ແລະ ສະດວກຍິ່ງຂື້ນ ບໍ່ວ່າທ່ານຈະເດີນທາງ, ປະກອບທຸລະກິດ ຫຼື ເຮັດທຸລະກຳໂອນເງິນລະຫວ່າງປະເທດ.

          LFX ຊ່ວຍໃຫ້ທ່ານເຂົ້າເຖິງ 4 ສະກຸນເງິນໄດ້ແກ່ ກີບ (LAK), ໂດລາ (USD) ບາດ (THB) ແລະ ຢວນ (CNY) ໄດ້ຢ່າງວ່ອງໄວ, ປອດໄພ ແລະ ໄດ້ວົງເງິນສູງທ່ານສາມາດນຳໃຊ້ບໍລິການ LFX ເພື່ອແລກປ່ຽນເງິນຕາຜ່ານ Application Mobile Banking ນຳທະນາຄານ ສະມາຊິກດັ່ງລຸ່ມນີ້: 

-BCELBank ຜ່ານ BCEL One

-APBANK ຜ່ານ APB Meporm

-BICBank ຜ່ານ BIC I-banking

-LDBBank ຜ່ານ LDB Trust

-STBANK ຜ່ານ ST Hub

-JDBBank ຜ່ານ JDB Yes

-LaoVietBank ຜ່ານ LVB DigiBank

-bflbredgroup ຜ່ານ BFL Connect

bottom of page