top of page
ບໍລິສັດ ຕະຫຼາດແລກປ່ຽນເງິນຕາຕ່າງປະເທດລາວ ຈໍາກັດ (ບໍລິສັດ ຕລຕ ຫຼື LFX) ໄດ້ຈັດກອງປະຊຸມສາມັນຜູ້ຖືຮຸ້ນ ປະຈໍາປີ 2025 ຂຶ້ນຢ່າງເປັນທາງການ ໃນວັນທີ 09 ເມສາ 2026 ທີ່ຫ້ອງປະຊຸມພະທາດຫຼວງ ຊັ້ນ 07 ທະນາຄານແຫ່ງ ສປປ ລາວ ກອງປະຊຸມໄດ້ຮັບກຽດ ການເປັນປະທານ ໂດຍ ທ່ານ ນ. ຟອງຈິນດາ ແສງສຸລິວົງ ຫົວໜ້າກົມນະໂຍບາຍເງິນຕາ ທະນາຄານແຫ່ງ ສປປ ລາວ, ປະທານສະພາບໍລິຫານບໍລິສັດ ຕະຫຼາດແລກປ່ຽນເງິນຕາຕ່າງປະເທດລາວ ຈໍາກັດ.
ກອງປະຊຸມໃນຄັ້ງນີ້ ມີຜູ້ຖືຮຸ້ນ ແລະ ຕາງໜ້າຜູ້ຖືຮຸ້ນຂອງບໍລິສັດ ຕລຕ ເຂົ້າຮ່ວມ ເຊິ່ງຈັດຂຶ້ນເພື່ອສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຂອງບໍລິສັດ ຕລຕ ປະຈຳປີ 2025, ຮັບຮອງແຜນການດຳເນີນງານ ຂອງບໍລິສັດ ຕລຕ ປະຈຳປີ 2026, ຮັບຮອງບັນດານິຕິກໍາຕ່າງໆ ແລະ ວຽກງານອື່ນໆຕາມວາລະກອງປະຊຸມກໍານົດໄວ້.



bottom of page