











Buy

Sell







ຂ່າວສານການຕະຫຼາດ

ບໍລິສັດ ຕລຕ ຮູ້ສຶກເປັນກຽດຢ່າງຍິ່ງທີ່ໄດ້ມີສ່ວນຮ່ວມໃນການຈັດວາງສະແດງຜະລິດຕະພັນ ແລະ ເຄື່ອງທີ່ລະນຶກຂອງບໍລິສັດ ຕລຕ ຮ່ວມກັບ ທະນາຄານແຫ່ງ ສປປ ລາວ ໃນກິດຈະກຳວາງສະແດງສິນຄ້າໂອດັອບ (ODOP) ເນື່ອງໃນໂອກາດກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປະຈຳປີ 2025 ເຊິ່ງຈັດຂຶ້ນໃນວັນທີ 12–13 ມັງກອນ 2026 ທີ່ຫໍປະຊຸມແຫ່ງຊາດລາວ. ໃນໂອກາດດັ່ງກ່າວ ບໍລິສັດໄດ້ໃຫ້ຄຳແນະນຳ ແລະ ຂໍ້ມູນກ່ຽວກັບການໃຫ້ບໍລິການແລກປ່ຽນເງິນຕາຕ່າງປະເທດ ຜ່ານ LFX ແກ່ຜູ້ເຂົ້າຮ່ວມງານ.

ໃນວັນທີ 9 ມັງກອນ 2026 ທີ່ຜ່ານມາ LFX ຮ່ວມອອກບູ໊ດໃຫ້ຄວາມຮູ້ກ່ຽວກັບຕະຫຼາດແລກປ່ຽນເງິນຕາຕ່າງປະເທດລາວ ໃຫ້ແກ່ນ້ອງໆນັກສຶກສາ ໃນ ພິທີສະເຫຼີມສະຫຼອງວັນສ້າງຕັ້ງສະຖາບັນການທະນາຄານ ຄົບຮອບ 47 ປີ ທີ່ສະຖາບັນການທະນາຄານ ພ້ອມທັງຈັດກິດຈະກໍາມ່ວນໆ ແລະ ແຈກຂອງລະນຶກຫຼາກຫຼາຍລາຍການ. ຂໍຂອບໃຈບັນດາອາຈານ ແລະ ນ້ອງໆນັກສຶກສາທຸກທ່ານທີ່ໃຫ້ຄວາມສົນໃຈ ແລະ ເຂົ້າຮ່ວມກິດຈະກໍາໃນຄັ້ງນີ້. On January 2026, LFX provided information about Lao foreign exchange market to the students during the 47th Anniversary Celebration of the Banking Institute. The booth featured fun activities and giveaways. We would like to sincerely thanks all faculty members and students for their interest and participation.

ພາບບັນຍາກາດ ການອອກບູ໊ດ ຂອງ LFX ທີ່ງານປະເພນີບຸນກິນຈຽງ ທີ່ເມືອງແປກ ແຂວງຊຽງຂວາງ. ຂອບໃຈ ສາຂາທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງຊຽງຂວາງ ທີ່ໃຫ້ໂອກາດ ທີມງານ LFX ໄດ້ປະກອບສ່ວນເຜີຍແຜ່ໂຄສະນາການນໍາໃຊ້ບໍລິການແລກປ່ຽນເງິນຕາຕ່າງປະເທດ ໃຫ້ບັນດາພໍ່ແມ່ພີ່ນ້ອງປະຊາຊົນ ເຊິ່ງບັນຍາກາດກໍເຕັມໄປດ້ວຍຄວາມມ່ວນຊື່ນ ແລະ ໄດ້ຮັບການຕອບຮັບເປັນຢ່າງດີ. ----------------------------------------------------------- Highlight of the LFX booth at the Hmong New Year Festival in Pek District, Xieng Khouang Province. We would like to express our sincere thanks to the Bank of the Lao PDR – Northern Regional Branch, Xieng Khouang Province, for providing the opportunity for the LFX team to participate in promoting and raising awareness of foreign exchange services to the local community. The event was lively and engaging, and it received a very positive response from the public.

ໃນວັນທີ 23 ທັນວາ 2025 ທີ່ຜ່ານມາ, ບໍລິສັດ ຕລຕ (LFX) ໄດ້ຈັດການບັນຍາຍ ແລະ ເຜີຍແຜ່ຂໍ້ມູນກ່ຽວກັບ ຕະຫຼາດແລກປ່ຽນເງິນຕາຕ່າງປະເທດລາວ (LFX) ຢູ່ສາຂາທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງຊຽງຂວາງ ໃຫ້ກັບຜູ້ຕາງໜ້າຈາກ ທະນາຄານແຫ່ງ ສປປ ລາວ, ບັນດາທະນາຄານທຸລະກິດ ແລະ ສະຖາບັນການເງິນທີ່ບໍ່ແມ່ນທະນາຄານອ້ອມຂ້າງ ທຫລ ພາກເໜືອ ແຂວງຊຽງຂວາງ, ບໍລິສັດ ຕລຕ ຂໍຂອບໃຈບັນດາທ່ານທີ່ໄດ້ເຂົ້າຮ່ວມ ແລະ ແລກປ່ຽນຄວາມຄິດເຫັນອັນເປັນປະໂຫຍດ ເພື່ອເປັນທິດທາງໃຫ້ກັບການພັດທະນາການບໍລິການຂອງ LFX ໃນຕໍ່ໜ້າໃຫ້ດີກວ່າເກົ່າ. --------------------------------------------------------------------- On December 23, 2025, Lao Foreign Exchange Co., Ltd. LFX organized an information session and presentation about our services at the Bank of the Lao PDR – Northern Regional Branch in XiengKhouang Province. We would like to express our sincere appreciation to the representatives from the Bank of the Lao PDR, commercial banks, and non-bank financial institutions who participated and shared a lot of fruitful ideas and perspectives for the future development of LFX.













.jpeg)








