top of page

ໃນວັນທີ 30 ຕຸລາ 2025 ທີ່ຜ່ານມາ ບໍລິສັດ ຕະຫຼາດແລກປ່ຽນເງິນຕາຕ່າງປະເທດລາວ ຈໍາກັດ (ບໍລິສັດ ຕລຕ ຫຼື LFX) ໄດ້ຈັດກອງປະຊຸມເສວະນາ ເພື່ອສ້າງກິດຈະກຳສະເຫຼີມສະຫຼອງວັນສ້າງຕັ້ງ ບໍລິສັດ ຕະຫຼາດແລກປ່ຽນເງິນຕາຕ່າງປະເທດລາວ ຈຳກັດ ຄົບຮອບ 1 ປີ (22 ຕຸລາ 2024-22 ຕຸລາ 2025) ພາຍໃຕ້ຫົວຂໍ້ “ການປະກອບສ່ວນຂອງຕະຫຼາດແລກປ່ຽນເງິນຕາຕ່າງປະເທດລາວ ຕໍ່ການດຸນດ່ຽງເງິນຕາຕ່າງປະເທດ ໃນສັງຄົມ” ໂດຍໄດ້ຮັບກຽດການເປັນປະທານໂດຍ ທ່ານ ສຸລິສັກ ທຳນຸວົງ, ຮອງຜູ້ວ່າການ ທະນາຄານ ແຫ່ງ ສປປ ລາວ ແລະ ການເຂົ້າຮ່ວມເປັນ Panelist ຈາກຕາງໜ້າທະນາຄານສະມາຊິກທີ່ເຊື່ອມຕໍ່ການໃຫ້ບໍລິການແລກປ່ຽນເງິນຕາ, ລູກຄ້າຜູ້ໃຊ້ບໍລິການຕົວຈິງ, ທະນາຄານແຫ່ງ ສປປ ລາວ (ທຫລ) ໃນນາມຜູ້ຄຸ້ມຄອງ ແລະ ບໍລິສັດ ຕລຕ ໃນນາມຜູ້ໃຫ້ບໍລິການ. ນອກຈາກນັ້ນ, ຍັງມີຄະນະດາກົມ ແລະ ທຽບເທົ່າຂອງ ທຫລ, ຄະນະອຳນວຍການ ແລະ ຜູ້ຕາງໜ້າຈາກທະນາຄານທຸລະກິດໃນ ສປປ ລາວ ແລະ ບັນດາບໍລິສັດ-ອົງການຈັດຕັ້ງທີ່ກ່ຽວຂ້ອງກໍ່ເປັນກຽດເຂົ້າຮ່ວມກອງປະຊຸມໃນຄັ້ງນີ້.

ໃນກອງປະຊຸມດັ່ງກ່າວ, ຜູ້ເຂົ້າຮ່ວມ ໄດ້ແລກປ່ຽນຄຳຄິດເຫັນ ແລະ ແບ່ງປັນທັດສະນະຕໍ່ກັບຫົວຂໍ້ດັ່ງກ່າວຢ່າງກົງໄປກົງມາ ເຮັດໃຫ້ເວທີເສວະນາດັ່ງກ່າວເຕັມໄປດ້ວຍຄວາມໝາຍຄວາມສຳຄັນ ແລະ ໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍ.

bottom of page